ລາຍລະອຽດຕົວເຄື່ອງ
* ຂໍອະໄພໃນລາຄາໄລຍະນີ້ເນື່ອງຈາກເຫຼດແລກປ່ຽນມີການຜັນຜວນຕະຫຼອດເວລາ
ລາຄາອາດມີການປ່ຽນໂດຍບໍ່ທັນແຈ້ງລ່ວງໜ້າ ກະລຸນາສອບຖາມ!
Godox ແຟັສຫົວຄ້ອນ V1 ທີ່ມີກຳລັງໄຟສູງ 100 ວັດ ທີ່ມີຊື່ວ່າ V100 ມາພ້ອມຟີເຈີຍິງລົວເຕັມກຳລັງໄດ້ເຖິງ 70 ພາບຕໍ່ເນື່ອງ ຮອງຮັບກ້ອງຫຼາຍລຸ້ນ: Canon, Nikon, Sony, FUJIFILM ແລະ OM SYSTEM.
ສໍາລັບແຟັສຊີຣີ້ V ມາໃນຮູບແບບແຟັສຫົວຄ້ອນ ທີ່ຕົວຫົວແຟັສມີລັກສະນະຊົງກົມໃຫ້ແສງສະຫວ່າງທີ່ນຸ້ມນວນຫຼາຍຂຶ້ນ ຄ້າຍຄືກັບ V1 ແລະ V1Pro ທີ່ມາພ້ອມກັບແບັດເຕີຣີ Li-Ion ທີ່ສາມາດສາກໄຟໄດ້ ດັ່ງນັ້ນການສາກໄຟຕໍ່ຊ໊ອດໃຊ້ເວລາພຽງແຕ່ 1.7 ວິນາທີ ເຊິ່ງຖ້າແຫຼ່ງກຳເນີດໄຟພາຍນອກມາຕໍ່ຈະໄດ້ໄວຂຶ້ນອີກ ໃນເວລາບໍ່ເຖິງ 1 ວິນາທີ ແລະ ຍັງສາມາດສາກແບັດໄດ້ໂດຍກົງຜ່ານພອດ USB-C.
ນອກຈາກຟີເຈີຄວບຄຸມແຟັສໄຮ້ສາຍ 2.4Ghz ແລະ TTL ທີ່ເປັນຟີເຈີພື້ນຖານໃນແຟັສລຸ້ນໃຫມ່ V100 ຍັງຮອງຮັບເຕັກໂນໂລຊີ Global Shutter ໃນກ້ອງຖ່າຍ Sony a9 III ເຮັດໃຫ້ການຍິງແຟັສຄວາມໄວສູງຢູ່ທີ່ 1/80,000 ວິນາທີ ແລະ ມາພ້ອມກັບໄຟ LED 2W ອີກ 10 ລະດັບ.
ລາຍລະອຽດຕົວເຄື່ອງ
* ຂໍອະໄພໃນລາຄາໄລຍະນີ້ເນື່ອງຈາກເຫຼດແລກປ່ຽນມີການຜັນຜວນຕະຫຼອດເວລາ
ລາຄາອາດມີການປ່ຽນໂດຍບໍ່ທັນແຈ້ງລ່ວງໜ້າ ກະລຸນາສອບຖາມ!