ລາຍລະອຽດຂອງສິນຄ້າ
* ຂໍອະໄພໃນລາຄາໄລຍະນີ້ເນື່ອງຈາກເຫຼດແລກປ່ຽນມີການຜັນຜວນຕະຫຼອດເວລາ
ລາຄາອາດມີການປ່ຽນໂດຍບໍ່ທັນແຈ້ງລ່ວງໜ້າ ກະລຸນາສອບຖາມ! *
GoPro HERO 12 Black
ກ້ອງແອັກຊັນໃຫມ່ຈາກ GoPro ທຳອິດມີຂ່າວລືວ່າເຊັນເຊີພາບຈະຖືກອັບເກຣດເປັນຂະໜາດ 1 ນິ້ວ, ແຕ່ເມື່ອເປີດໂຕອອກມາປະກົດວ່າຍັງເປັນ CMOS ຂະໜາດ 1/1.9 ນິ້ວຄືເກົ່າ ແຕ່ກໍ່ໃຊ້ໄດ້ດີຂື້ນຮອບດ້ານ, ຖ່າຍຮູບ ແລະ ວິດີໂອ HDR ທີ່ດີຂຶ້ນກວ່າເກົ່າ ສ່ວນແບັດເຕີຣີ່ ສາມາດໃຊ້ຖ່າຍໄດ້ເຖິງ 2 ຊົ່ວໂມງ
ສະເປັກຂອງ GoPro HERO 12 Black
ສິ່ງສໍາຄັນສໍາລັບຜູ້ທີ່ຕ້ອງການໃຊ້ກ້ອງແອັກຊັນແຄມ ກໍຄືເມື່ອຖ່າຍວິດີໂອແລ້ວ ຮູບພາບບໍ່ສັ່ນໄຫວ GoPro HERO 12 Black ໄດ້ຖືກປັບປຸງໃຫ້ມີຄວາມສາມາດດ້ານກັນສັ່ນທີ່ດີຂຶ້ນກວ່າດ້ວຍ HyperSmooth 6.0 ທີ່ຊ່ວຍໃຫ້ທ່ານສາມາດຖ່າຍວິດີໂອຟຸດເທດ ໄດ້ນິ້ງໃນທຸກສະຖານະການ ແລະ ໄດ້ເພີ່ມ AutoBoost ທີ່ຊ່ວຍໃຫ້ທ່ານຖ່າຍຮູບວິດີໂອກັນສັ່ນໃນມຸມທີ່ກ້ວາງຫລາຍຂຶ້ນ ແລະ ໄມ້ຕາຍຢ່າງ Horizon Lock ທີ່ບໍ່ວ່າກ້ອງຖ່າຍຈະຫມຸນຫຼາຍປານໃດ ມັນກໍຈະລັອກເສັ້ນຂອບຟ້າໃຫ້ພາບນິ້ງໄດ້.
ການຄວບຄຸມການຖ່າຍວິດີໂອ ສາມາດເລືອກທີ່ຈະປັບອັດຕາສ່ວນຂອງໄດ້ຈາກການເລື່ອນປ່ຽນທີ່ຈໍສໍາພັດ ທັງແນວຕັ້ງ ແລະ ແນວນອນ ຫຼື ຖ່າຍແບບ Full Frame ແລ້ວ ຈາກນັ້ນທ່ານສາມາດປັບແອັບພລິເຄຊັນ Quik ພາຍຫຼັງກໍໄດ້
ເພີ່ມຮັບການເຊື່ອມຕໍ່ AirPods ແລະ ຫູຟັງໄຮ້ສາຍ Bluetooth ລວມເຖິງໄມໂຄຣໂຟນໄຮ້ສາຍ ສໍາລັບການບັນທຶກສຽງ ແລະ ຍັງໃຊ້ສໍາລັບການໃຫ້ຄໍາສັ່ງສຽງ ແຕ່ຖ້າທ່ານຕ້ອງການໃຊ້ໄມໂຄໂຟນທີ່ມີສາຍ ຕ້ອງໃຊ້ຜ່ານ Media Mod.
ມີການເພີ່ມອຸປະກອນເສີມໃໝ່ Max Lens Mod 2.0 ສາມາດຖ່າຍພາບໄດ້ສູງສຸດ 177 ອົງສາ ເພີ່ມຄວາມກວ້າງກວ່າເລນມາດຕະຖານເຖິງ 36% ເຊິ່ງຈະຮອງຮັບ Mod ແລະ ອຸປະກອນເສີມຫຼາຍຢ່າງ ທີ່ຈະເລືອກເອົາມານໍາໃຊ້ໃນທຸກສະຖານະການ
ລາຍລະອຽດຂອງສິນຄ້າ
* ຂໍອະໄພໃນລາຄາໄລຍະນີ້ເນື່ອງຈາກເຫຼດແລກປ່ຽນມີການຜັນຜວນຕະຫຼອດເວລາ
ລາຄາອາດມີການປ່ຽນໂດຍບໍ່ທັນແຈ້ງລ່ວງໜ້າ ກະລຸນາສອບຖາມ! *